ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ

ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ

ແອັບ TAFU Plus ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ ກຸ່ມ​ບໍ​ລິ​ສັດ ຕ້າ​ຟູ່ ການ​ຄ້າ​ສາ​ກົນ ຈຳ​ກັດ​ຜູ້​ດຽວ ເຊິ່ງ​ເປັນແອັບພິເຄຊັ່ນ ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ຫຼາຍ​ດ້ານ​ໃຫ້​ແກ່ການ​ບໍ​ລິ​ການ​ລູກ​ຄ້າ

1. ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້

ບໍ​ລິ​ສັດ ຈຳ​ເປັນ​ຕ້ອງ​ເກັບ​ຂໍ້​ມູນ​ພື້ນ​ຖານ​ທີ່​ກົງ​ກັບ​ຂໍ້​ມູນ​ສ່ວນ​ຕົວ, ເບີ​ໂທ​ລະ​ສັບ ແລະ ອື່ນໆ ຂອງ​ລູກ​ຄ້າ​ທີ່​ໃຊ້​ບໍ​ລິ​ການ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ເຮັດ​ທຸ​ລະ​ກຳ ແລະ ແກ້​ໄຂ​ປັນ​ຫາ​ຕ່າງໆ. ຂໍ້​ມູນ​ທັງ​ໝົດ​ຈະ​ຖືກ​ເກັບ​ກຳ​ໄວ້​ເປັນ​ຄວາມ​ລັບ ແລະ ບໍ່​ຖືກ​ເປີດ​ເຜີຍ​ໃຫ້​ຜູ້​ອື່ນ.

2. ເງື່ອນ​ໄຂ​ການ​ໃຫ້​ບໍ​ລິ​ການ

  • ຜູ້ໃຊ້ສາມາດແນະນຳໝູ່ເພື່ອນໃຫ້ມາໃຊ້ແອັບ TAFU Plus ແລະຮັບຜົນຕອບແທນເປັນເປີເຊັນຕາມທີ່ບໍລິສັດກຳນົດ ຈາກທຸລະກຳແຕ່ລະຄັ້ງ
  • ເງິນຈະໂອນເຂົ້າບັນຊີທະນາຄານທີ່ທ່ານຜູກກັບລະບົບ ທຸກວັນອາທິດ ໂດຍມີຍອດຂັ້ນຕ່ຳ 100,000 ກີບຂຶ້ນໄປ ຖ້າຍອດບໍ່ຮອດຂັ້ນຕ່ຳ ຈະຖືກທົບໄປລວມກັບຍອດໃນອາທິດຖັດໄປ
  • ຜູ້ໃຊ້ຕ້ອງປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງການໃຫ້ບໍລິການ

3. ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ໃຊ້​ບໍ​ລິ​ການ

ຜູ້​ໃຊ້​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ຜົນ​ເສຍ​ຫາຍ​ທີ່​ເກີດ​ຈາກ​ຄວາມ​ຜິດ​ພາດ​ຂອງ​ຕົນ ໂດຍ​ອີງ​ຕາມ​ຂໍ້​ກຳ​ນົດ, ນະ​ໂຍ​ບາຍ, ເງື່ອນ​ໄຂ​ຂອງ​ການ​ບໍ​ລິ​ການ ແລະ ກົດ​ໝາຍ​ຂອງ ສ​ປ​ປ ລາວ.

4. ຄວາມ​ຮັບ​ຜິດ​ຊອບ​ຂອງ​ບໍ​ລິ​ສັດ

ບໍ​ລິ​ສັດ ຈະ​ຮັບ​ຜິດ​ຊອບ​ເລື່ອງຄ່າ​ເສຍ​ຫາຍ​ທີ່​ເກີດ​ຈາກ​ການ​ໃຫ້​ບໍ​ລິ​ການ​ພາຍ​ໃຕ້​ກົດ​ໝາຍ​ຂອງ ສ​ປ​ປ ລາວ.

5. ຂໍ້​ຫ້າມ

  • ຫ້າມ​ສໍ້​ໂກງ, ຍັກ​ຍອກ​ຊັບ ຫຼື ສ້າງ​ບັນ​ຫາ​ຜິດ​ກົດ​ໝາຍ
  • ຫ້າມ​ນຳ​ໃຊ້​ແອັບ​ເພື່ອ​ການ​ຂົນສົ່ງ​ສິນ​ຄ້າ​ຕ້ອງ​ຫ້າມ ຫຼື ຈຳ​ໜ່າຍ​ຫວຍ​ເຖື່ອນ
  • ບໍ​ລິ​ສັດ​ສະ​ຫງວນ​ສິດ​ໃນ​ການ​ປ່ຽນ​ແປງ​ຂໍ້​ກຳ​ນົດ ແລະ ນະ​ໂຍ​ບາຍ​ໂດຍ​ບໍ່​ແຈ້ງ​ລ່ວງ​ໜ້າ

6. ຄະ​ແນນ

  • ຄະແນນຈະໄດ້ຮັບຈາກການຊຶ້ເລກ ແລະກິດຈະກຳອື່ນໆ ຕາມນະໂຍບາຍໃນແຕ່ລະໄລຍະເວລາ
  • ການໃຊ້ຄະແນນແຕ່ລະຄັ້ງຕ້ອງມີຄ່າເທົ່າກັບມູນຄ່າສິນຄ້າທີ່ຊື້
ຕົວຢ່າງ: ຖ້າລູກຄ້າມີຄະແນນສະສົມ 1,000 ຄະແນນ (1,000T) ສາມາດນຳໄປໃຊ້ເປັນສ່ວນຫຼຸດໃນການຊື້ເລກ ຫຼື ແລກຂອງລາງວັນໄດ້ຕາມນະໂຍບາຍໃນຂະນະນັ້ນ

7. ເງື່ອນ​ໄຂ​ເງິນ​ແນະ​ນຳ

  • ເງິນແນະນຳໝູ່ ແມ່ນນະໂຍບາຍການຕະຫຼາດຂອງບໍລິສັດ ຕ້າຟູ ອິນເຕີເນຊັນແນວ ເທຣດດິ້ງ ກຣຸບ ໂຊວ ຈຳກັດ ສຳລັບການຊຶ້ເລກ
  • ຜູ້ແນະນຳຈະໄດ້ຮັບເງິນຄ່າແນະນຳເປັນເປີເຊັນ ຕາມທີ່ບໍລິສັດກຳນົດ ຈາກມູນຄ່າການຊຶ້ເລກທຸກຄັ້ງ
  • ເງິນແນະນຳຈະໂອນເຂົ້າບັນຊີທະນາຄານທີ່ທ່ານຜູກກັບລະບົບ ທຸກວັນອາທິດ ມີຍອດຂັ້ນຕ່ຳ 100,000 ກີບຂຶ້ນໄປ ຖ້າຍອດບໍ່ຮອດຂັ້ນຕ່ຳ ຈະຖືກທົບໄປລວມກັບອາທິດຖັດໄປ ຫຼື ນຳໃຊ້ເປັນສ່ວນຫຼຸດໃນການຊຶ້ເລກ ຫຼື ແລກຂອງລາງວັນ
  • ບໍລິສັດຂໍສະຫງວນສິດໃນການປ່ຽນແປງເງື່ອນໄຂໂດຍບໍ່ຈຳເປັນຕ້ອງແຈ້ງໃຫ້ຮູ້ລ່ວງໜ້າ
ຕົວຢ່າງ : ລູກຄ້າ A ແນະນຳລູກຄ້າ B ໂດຍການສະແກນ QR Code. ເມື່ອ B ຊຶ້ເລກ, ລູກຄ້າ A ຈະໄດ້ຮັບ 5% ທັນທີ